ຮູ້ສິດທິຂອງທ່ານໃນຖານະພໍ່ແມ່ ຫຼື ຜູ້ເບິ່ງແຍງເດັກຂອງ AUSD
ຮູ້ສິດທິຂອງທ່ານໃນຖານະພໍ່ແມ່ ຫຼື ຜູ້ເບິ່ງແຍງເດັກຂອງ AUSD
ເດັກນ້ອຍທຸກຄົນມີສິດເທົ່າທຽມກັນໃນການເຂົ້າເຖິງການສຶກສາສາທາລະນະຟຣີ, ໂດຍບໍ່ຄໍານຶງເຖິງສະຖານະການເຂົ້າເມືອງ ຫຼື ສັນຊາດຂອງເຂົາເຈົ້າ ຫຼື ພໍ່ແມ່/ຜູ້ປົກຄອງຂອງເຂົາເຈົ້າ.
ເດັກນ້ອຍທຸກຄົນໃນລັດຄາລິຟໍເນຍ:
- ມີສິດໄດ້ຮັບການສຶກສາຟຣີ
- ຕ້ອງໄດ້ລົງທະບຽນເຂົ້າໂຮງຮຽນ ຖ້າພວກເຂົາມີອາຍຸລະຫວ່າງ 6-18 ປີ
- ມີສິດເຂົ້າຮຽນໃນໂຮງຮຽນທີ່ປອດໄພ, ໝັ້ນຄົງ ແລະ ສະຫງົບສຸກ
- ມີສິດທີ່ຈະຢູ່ໃນສະພາບແວດລ້ອມການຮຽນຮູ້ຂອງໂຮງຮຽນລັດທີ່ປາດສະຈາກການຈຳແນກ, ການຂົ່ມເຫັງ, ການຮັງແກ, ຄວາມຮຸນແຮງ ແລະ ການຂົ່ມຂູ່
- ມີໂອກາດເທົ່າທຽມກັນໃນການເຂົ້າຮ່ວມໂຄງການ ຫຼື ກິດຈະກຳໃດໆ ທີ່ໂຮງຮຽນສະເໜີໃຫ້ໂດຍບໍ່ມີການຈຳແນກ
ໂຮງຮຽນຕ້ອງການເອກະສານເພື່ອເປັນຫຼັກຖານຢັ້ງຢືນອາຍຸ ຫຼື ທີ່ຢູ່ອາໄສຂອງເດັກ. ແຕ່ຈົ່ງຈື່ໄວ້ວ່າ:
- ໂຮງຮຽນບໍ່ຈຳເປັນຕ້ອງເກັບສຳເນົາເອກະສານທີ່ໃຊ້ເປັນຫຼັກຖານຢັ້ງຢືນອາຍຸຂອງເດັກ
- ຂໍ້ມູນກ່ຽວກັບສະຖານະສັນຊາດ/ການເຂົ້າເມືອງແມ່ນບໍ່ຈຳເປັນສຳລັບການລົງທະບຽນເຂົ້າໂຮງຮຽນ
- ໝາຍເລກປະກັນສັງຄົມແມ່ນບໍ່ຈຳເປັນສຳລັບການລົງທະບຽນເຂົ້າໂຮງຮຽນ
ການວາງແຜນຄວາມປອດໄພ:
- ທ່ານມີສິດທີ່ຈະປັບປຸງຂໍ້ມູນຕິດຕໍ່ສຸກເສີນຂອງລູກທ່ານ, ລວມທັງຜູ້ຕິດຕໍ່ສຳຮອງ, ເພື່ອລະບຸຜູ້ປົກຄອງຜູ້ໃຫຍ່ທີ່ເຊື່ອຖືໄດ້ ເຊິ່ງສາມາດເບິ່ງແຍງລູກຂອງທ່ານໄດ້ ຖ້າທ່ານຖືກກັກຂັງ ຫຼື ຖືກເນລະເທດ
- ທ່ານສາມາດປະກອບໃບຢັ້ງຢືນການອະນຸຍາດຜູ້ເບິ່ງແຍງ (Caregiver Authorization Affidavit) ເພື່ອໃຫ້ຜູ້ໃຫຍ່ທີ່ເຊື່ອຖືໄດ້ມີອຳນາດໃນການຕັດສິນໃຈດ້ານການສຶກສາ ແລະ ການແພດສຳລັບລູກຂອງທ່ານ ຖ້າທ່ານບໍ່ສາມາດເຮັດໄດ້